ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຈີນ​ ກາຍເປັນ​ຕະຫຼາດ​ສຳຄັນ​ຂອງ​ການ​ສົ່ງ​ອອກ​ໝາກຖົ່ວ​ລຽນ​ ມາ​ເລ​ເຊຍ

     ສຳນັກ​ຂ່າວ​ຊີນ​ຮວາ​ລາຍ​ງານ​ໃຫ້​ຮູ້​ໃນ​ວັນ​ທີ 5 ກຸມພາ 2024 ຜ່ານ​ມາ​ນີ້​ວ່າ: ທ່ານ ອາ​ຮາ​ມັດ ຟາ​ເດວ ອິດ​ສະ​ໄມ ກົງສຸນ​ໃຫຍ່​
ຂອງ​ສະຖານ​ກົງສຸນ​ ມາ​ເລ​ເຊຍ​ ປະຈຳ​ນະຄອນ​ໜານໜີງ, ເຂດ​ປົກຄອງ​ຕົນ​ເອງ​ເຜົ່າ​ຈ້ວງ ກວາງຊີ ຂອງ ​ຈີນ​ ກ່າວ​ວ່າ: ໂດຍ​ຜ່ານ​ການ
​ພັດທະນາ​ມາ​ເປັນ​ໄລຍະ​ຫຼາຍ​ປີ, ຈີນ​ ໄດ້​ກາຍເປັນ​ຕະຫຼາດ​ສຳຄັນ​ຂອງ​ການ​ສົ່ງ​ອອກ​ໝາກຖົ່ວ​ລຽນ​ ມາ​ເລ​ເຊຍ. ປີ 2024, ມາ​ເລ​ເຊຍ
ແລະ ຈີນ​ພວມ​ຊຸກຍູ້​ການ​ອະນຸມັດ​ໃຫ້​ ມາ​ເລ​ເຊຍ​ ສົ່ງ​ອອກ​ໝາກຖົ່ວ​ລຽນ​ສົດ​ໃຫ້​ປະເທດ​ ຈີນ, ເພື່ອ​ເປີດ​ຕະຫຼາດ​ໝາກຖົ່ວ​ລຽນ​ໃນ​
ຈີນ​ ຕື່ມ​ອີກ. ທ່ານ ອາ​ຮາ​ມັດ ຟາ​ເດວ ອິດ​ສະ​ໄມ ກ່າວ​ຕື່ມ​ວ່າ: ມາ​ເລ​ເຊຍ​ ສົ່ງ​ອອກ​ຜະລິດ​ຕະ​ພັນ​ໝາກຖົ່ວ​ລຽນ​ແຊ່​ເຢັນ​ເປັນ​ຄັ້ງ​ທຳ
​ອິດ ເມື່ອ​ປີ 2011, ຫຼັງ​ຈາກ​ນັ້ນໄດ້​ເຊັນ​ສັນຍາ​ສົ່ງ​ອອກ​ສະບັບ​ໃໝ່​ກັບ​ ຈີນ ເພື່ອ​ອະນຸມັດ​ໃຫ້​ ມາ​ເລ​ເຊຍ​ ຂາຍໝາກຖົ່ວ​ລຽນ​ແຊ່​ເຢັນ​
ໃນ​ປະເທດ​ ຈີນ ​ເລີ່ມ​ແຕ່​ເດືອນ​ພຶດສະພາ​ປີ 2019. ນັບ​ມາ​ຮອດ​ເດືອນ​ ກັນຍາ ​ປີ 2023, ມູນ​ຄ່າ​ຊື້​ຂາຍ​ໝາກຖົ່ວ​ລຽນ​ລະຫວ່າງ​ມາ​
ເລ​ເຊຍ​ກັບ​ ຈີນ​ ບັນລຸ​ໄດ້​ຫຼາຍ​ກວ່າ 182 ລ້ານ​ໂດ​ລາ​ສະຫະລັດ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 09/02/2024